30/09/2025
 
            
        
            ໃນວັນທີ 30 ກັນຍາ 2025, ທີ່ຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາລາວ ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ທ່ານຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ ນາງ ມໍຣະກົດ ສີສະຫວັດ ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດລາວ-ໄທ, ໄທ-ລາວ ໃນຂົງເຂດການຮ່ວມມືດ້ານຕ່າງໆ, ເສີມສ້າງການໄປມາຫາສູ່ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງ ປະຊາຊົນສອງຊາດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນໂອກາດເຂົ້າຢ້ຽມອຳລາຄັ້ງນີ້, ທັງສອງຝ່າຍໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືທີ່ໃກ້ຊິດໃນທຸກດ້ານ ແລະ ທຸກລະດັບ ລະຫວ່າງສອງປະເທດ ໃນຖານະປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາທີ່ຍື່ນຍົງ.
ພ້ອມນີ້, ທ່ານຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ຍັງໄດ້ອວຍພອນ ໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
 
 
            

 
                                                     
                                                    