13/10/2025
 
            
        
            ວັນທີ 13 ຕຸລາ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ເເທນ ໄດ້ເຂົ້າຮ່ວມກອງປະຊຸມຜູ້ນໍາໂລກ ວ່າດ້ວຍເເມ່ຍິງ ຢູ່ນະຄອນຫລວງ ປັກກິ່ງ, ສປ ຈີນ ຊຶ່ງໃນນັ້ນ ມີທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ແມ່ຍິງໂລກ ຢູ່ສູນປະຊຸມ ແຫ່ງຊາດ ທີ່ນະຄອນຫລວງ ປັກກິ່ງ ພ້ອມທັງ ກ່າວຄຳປາໄສ ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍຈິດໃຈ ກອງປະຊຸມໃຫຍ່ ແມ່ຍິງໂລກ ປັກກິ່ງ ເລັ່ງລັດຂະບວນການໃໝ່ ແຫ່ງການພັດທະນາ ແມ່ຍິງ ຢ່າງຮອບດ້ານ”. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ເມື່ອແນມເບິ່ງອະນາຄົດ, ຝ່າຍຕ່າງໆ ຄວນທົບທວນຄືນ ຈິດໃຈ ກອງປະຊຸມໃຫຍ່ ແມ່ຍິງໂລກ ທີ່ປັກກິ່ງ, ເຕົ້າໂຮມຄວາມຮັບຮູ້ ທີ່ເປັນເອກະພາບກັນ ໃຫ້ກວ້າງຂວາງກວ່າເກົ່າ, ບຸກເບີກເສັ້ນທາງໃຫ້ກວ້າງຂວາງກວ່າເກົ່າ ແລະ ໃຊ້ການເຄື່ອນໄຫວ ທີ່ຕິດແທດຕົວຈິງ ກວ່າເກົ່າ ເພື່ອເລັ່ງລັດ ຂະບວນການໃໝ່ ແຫ່ງການພັດທະນາ ແມ່ຍິງ ຢ່າງຮອບດ້ານ. ທ່ານ ສີ ຈິ້ນຜິງ ຍັງໄດ້ສະເໜີ 4 ຂໍ້ສະເໜີ ສຳຄັນຄື: ໜຶ່ງ ຮ່ວມກັນສ້າງ ສະພາບແວດລ້ອມ ອັນດີງາມ ທີ່ມີຜົນປະໂຫຍດ ຕໍ່ການພັດທະນາ ແລະ ເຕີບໃຫຍ່ ຂອງແມ່ຍິງ, ສອງ ຮ່ວມກັນບົ່ມເພາະພະລັງແຮງ ທີ່ເຂັ້ມແຂງ ໃນການຊຸກຍູ້ ການພັດທະນາ ທີ່ມີຄຸນນະພາບສູງ ດ້ານວຽກງານແມ່ຍິງ, ສາມ ຮ່ວມກັນສ້າງ ສະພາບ ການປົກຄອງ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ ແລະ ສີ່ ຮ່ວມກັນຂຽນປະຫວັດສາດໜ້າໃໝ່ ແຫ່ງການຊຸກຍູ້ ການຮ່ວມມື ຂອງແມ່ຍິງໃນໂລກ.

ເນື່ອງໃນໂອກາດນີ້, ໃນວັນທີ 14 ຕຸລາ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ເເທນ ໄດ້ສືບຕໍ່ເຄື່ອນໄຫວໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນໍາໂລກ ວ່າດ້ວຍເເມ່ຍິງ ຢູ່ນະຄອນຫລວງ ປັກກິ່ງ, ສປ ຈີນ ໂດຍໄດ້ພົບປະສອງຝ່າຍກັບ ທ່ານ ຫານ ເຈິ້ງ ຮອງປະທານປະເທດ ເເຫ່ງ ສປ ຈີນ. ໃນນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະເເດງຄວາມຂອບໃຈ ເເລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ເເລະ ປະຊາຊົນ ລາວ-ຈີນ ລວມທັງຊົມເຊີຍຜົນສໍາເລັດອັນຍິ່ງໃຫຍ່ ຂອງ ສປ ຈີນ ໃນການຈັດກອງປະຊຸມຜູ້ນໍາໂລກ ວ່າດ້ວຍແມ່ຍິງ, ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ເເລະ ພິທີລະນຶກເຖິງວັນໄຊຊະນະຂອງສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຟາດຊິດຍີ່ປຸ່ນ ແລະ ຟາດຊິດໂລກ ຄົບຮອບ 80 ປີ ໃນເດືອນກັນຍາ 2025 ທີ່ຜ່ານມາ, ຊຶ່ງບັນດາກິດຈະກໍາດັ່ງກ່າວນີ້ ລ້ວນເເລ້ວເເຕ່ເປັນການສະເເດງໃຫ້ເຫັນເຖິງຄໍາໝາຍໝັ້ນ ແລະ ຄວາມພະຍາຍາມຂອງ ສປ ຈີນ ໃນການພັດທະນາ ແລະ ສ້າງສາໂລກຂອງພວກເຮົາ ໃຫ້ນັບມື້ນັບມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ ເເລະ ຫວັງວ່າ ສປ ຈີນ ຈະສືບຕໍ່ໃຫ້ການຮ່ວມມື ເເລະ ສະໜັບສະໜູນ ສປປ ລາວ ໃນດ້ານເສດຖະກິດ-ການຄ້າ, ການລົງທຶນ, ວັດທະນະທໍາ, ເຕັກໂນໂລຊີ, ການທ່ອງທ່ຽວ ລວມທັງທ່າແຮງຂອງ ເສັ້ນທາງລົດໄຟ ລາວ-ຈີນ ເພື່ອເປັນການກະກຽມໃຫ້ເເກ່ ສະເຫລີມສະຫລອງວັນຄົບຮອບການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ໃນປີ 2026 ເຊິ່ງທັງສອງປະເທດຈະຮ່ວມກັນຈັດຕັ້ງປະຕິບັດ “ປີມິດຕະພາບ ລາວ-ຈີນ, ຈີນ-ລາວ 2026”. ໃນຕອນທ້າຍ, ທ່ານ ຮອງປະທານປະເທດ ເເຫ່ງ ສປປ ລາວ ໄດ້ຖືໂອກາດດັ່ງກ່າວເຊື້ອເຊີນການນໍາຂັ້ນສູງຂອງ ສປ ຈີນ ເຂົ້າຮ່ວມງານສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເພື່ອເປັນການສືບຕໍ່ຮັດເເໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ສອງ ປະເທດ.

ທ່ານ ຫານ ເຈິ້ງ ຮອງປະທານປະເທດ ເເຫ່ງ ສປ ຈີນ ໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືສອງຝ່າຍ ຈີນ-ລາວ ໃນໄລຍະຜ່ານມາ ແລະ ການເຂົ້າຮ່ວມກອງປະຊຸມ ສຸດຍອດຜູ້ນຳໂລກ ວ່າດ້ວຍແມ່ຍິງ ຂອງຝ່າຍລາວ ໃນຄັ້ງນີ້. ສປ ຈີນ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ຕາມການຕົກລົງຂອງສອງປະເທດໃນຂອບສອງຝ່າຍ ແລະ ຈະສືບຕໍ່ຮ່ວມມື ໃນຂອບການຮ່ວມມືຫລາຍຝ່າຍ ຜ່ານລະບົບອົງການ ສະຫະປະຊາຊາດ, ຂອບ ອາຊຽນ-ຈີນ, ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ວຽກງານການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ພ້ອມທັງ ສະເໜີຝ່າຍລາວ ໃຫ້ການສະໜັບສະໜູນ ຂໍ້ລິເລີ່ມ ການປົກຄອງບໍລິຫານໂລກ (Global Governance Initiative) ຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ.

ທ່ານ ຫານ ເຈິ້ງ ຮອງປະທານປະເທດ ເເຫ່ງ ສປ ຈີນ ໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືສອງຝ່າຍ ຈີນ-ລາວ ໃນໄລຍະຜ່ານມາ ແລະ ການເຂົ້າຮ່ວມກອງປະຊຸມ ສຸດຍອດຜູ້ນຳໂລກ ວ່າດ້ວຍແມ່ຍິງ ຂອງຝ່າຍລາວ ໃນຄັ້ງນີ້. ສປ ຈີນ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ຕາມການຕົກລົງຂອງສອງປະເທດໃນຂອບສອງຝ່າຍ ແລະ ຈະສືບຕໍ່ຮ່ວມມື ໃນຂອບການຮ່ວມມືຫລາຍຝ່າຍ ຜ່ານລະບົບອົງການ ສະຫະປະຊາຊາດ, ຂອບ ອາຊຽນ-ຈີນ, ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ວຽກງານການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ພ້ອມທັງ ສະເໜີຝ່າຍລາວ ໃຫ້ການສະໜັບສະໜູນ ຂໍ້ລິເລີ່ມ ການປົກຄອງບໍລິຫານໂລກ (Global Governance Initiative) ຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ.
 
 
            

 
                                                     
                                                    