16/10/2025
 
            
        
            ໃນວັນທີ 16 ຕຸລາ 2025, ທີ່ທໍານຽບປະທານປະເທດ (ຫໍຄຳ), ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ອະນຸທິນ ຊານວີຣະກຸນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ຄົນທີ 32 ແຫ່ງ ຣາຊະອານາຈັກໄທ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເປັນປະເທດທໍາອິດ ໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີລາວ ແລະ ໄທ ຊຶ່ງໄດ້ຮ່ວມກັນຕີລາຄາຄືນການຮ່ວມມືສອງຝ່າຍໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ພະບາດສົມເດັດ ເຈົ້າຊີວິດໄທ ແລະ ພະຣາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນໄທ ໃນຕະຫຼອດໄລຍະຜ່ານມາ ກໍຄື ໃນປັດຈຸບັນ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ.
ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການເຊື່ອມໂຍງເຊື່ອມຈອດ, ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ຊຶ່ງ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ລັດຖະບານຂອງສອງປະເທດ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປາກົດຜົນເປັນຮູບປະທໍາ ແລະ ສືບຕໍ່ຊຸກຍູ້ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ໃຫ້ສໍາເລັດ ເພື່ອຮ່ວມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.
ໃນຂະນະດຽວກັນ, ທ່ານ ອະນຸທິນ ຊານທີຣະກຸນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
 
 
            

 
                                                     
                                                    