10/06/2026
ວັນທີ 10 ມີຖຸນາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນ້ຳທາ ໂດຍການຕ້ອນຮັບຂອງ ທ່ານ ຄຳຟອງ ອີນມານີ ປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ, ມີຮອງຫົວໜ້າຫ້ອງວ່າການແຂວງ, ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ຫົວຫນ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ, ຮອງຫົວໜ້າພາສີປະຈຳແຂວງ, ຫົວໜ້າດ່ານພາສີສາກົນບໍ່ເຕ່ນ, ຜູ້ພັດທະນາເຂດເສດຖະກິດບໍ່ເຕ່ນແດນງາມ ພ້ອມດ້ວຍພາກສວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ.

ໃນໂອກາດນີ້ ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ທ່ຽວຊົມ ແລະ ຮັບຟັງການລາຍງານການພັດທະນາເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ ໂດຍການລາຍງານຂອງທ່ານ ໂຈຄຸນ ປະທານຜູ້ພັດທະນາເຂດເສດຖະກິດບໍ່ເຕ່ນແດນງາມ ແລະ ຢ້ຽມຊົມເຂດນິຄົມອຸດສາຫະກຳ, ບໍລິສັດກັງວານແຟຊັ້ນເສື້ອຜ້າ ລາວຈຳກັດ ພ້ອມນີ້ ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ຢູ່ດ່ານພາສີສາກົນບໍ່ເຕ່ນ ທ່ານ ຫວ່າງເຊັງລີ ເຢຍເຊັງ ຮອງຫົວໜ້າດ່ານພາສີປະຈຳແຂວງ ໄດ້ລາຍງານໃຫ້ຮູ້ວ່າດ່ານພາສີປະຈຳແຂວງ ຫຼວງນໍ້າທາ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງກົມພາສີ ເຊິ່ງໄດ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ໂຄງປະກອບການຈັດຕັ້ງ, ແບບແຜນວິທີເຮັດວຽກ ຕາມກົດໝາຍວ່າດ້ວຍພາສີ, ຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ເປັນເສນາທິການໃຫ້ແກ່ກົມພາສີ, ກໍຄືກະຊວງການເງິນ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານພາສີ, ເຮັດໜ້າທີ່ອຳນວຍຄວາມສະດວກໃຫ້ແກ່ວຽກງານພາສີ ແລະ ການຄ້າ ໃນການນໍາເຂົ້າ-ສົ່ງອອກຜ່ານຊາຍແດນ, ການເຄື່ອນຍ້າຍສິນຄ້າ ແລະ ປະສານສົມທົບວຽກງານພາສີ ກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງແຂວງ ປັດຈຸບັນມີພະນັກງານປະຈຳຢູ່ດ່ານທັງໝົດ 43 ຄົນ ຍິງ 5 ຄົນ, 5 ເດືອນຕົ້ນປີຜ່ານມາສາມາດຈັດເກັັບລາຍຮັບໄດ້ 1,700 ຕື້ກວ່າກີບ ແຜນການປີ 2026 ແມ່ນ 3,460 ຕື້ກີບ.
ໃນໂອກາດນີ້ ທ່ານ ນາງ ວຽງທອງ ສີພັນດອນ, ຮອງປະທານປະເທດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ລືື່ນແຜນການທີ່ໄດ້ກຳນົດໄວ້, ນຳໃຊ້ລະບົບ ແລະ ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ ຢູ່ດ່ານ ແລະ ຫັນເປັນທັນສະໄໝ, ສຶບຕໍ່ປະສານງານລະຫວ່າງດ່ານແຕ່ລະດ່ານໃຫ້ສາມາດເຊື່ອມຕໍ່ກັນດ້ວຍລະບົບທີ່ທັນສະໄໝ ແລະ ເອົາໃຈໃສ່ຂອດການປະສານງານດ່ານກັບເຂດເສດຖະກິດ ບໍ່ເຕ່ນເພື່ອແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ແລະ ເພື່ອຫຼີກລ່ຽງຊ່ອງຫວ່າງໃນການຂົນສົ່ງສີນຄ້າທີ່ບໍ່ຖືກຕ້ອງຜ່ານດ່ານ ແລະ ວຽກງານອື່ນໆ.
ຈາກນັ້ນ, ທ່ານ ຮອງປະທານປະເທດ ພ້ອມດ້ວຍຄະນະ ທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນ້ຳທາ ກໍເດີນທາງໄປເທດສະບານເມືອງຂອງແຂວງຫຼວງນໍ້າທາ ໂດຍການຕ້ອນຮັບ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໂດຍມີພິທີຕ້ອນຮັບຢ່າງເປັນທາງການ ຢູ່ທີ່ໂຮງແຮມອຸດົມສິນດ້ວຍຄວາມອົບອຸ່ນ.
ໃນໂອກາດທີ່ ທ່ານ ນາງ ວຽງທອງ ສີພັນດອນ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 10-12 ມິຖຸນາ 2026, ໃນຕອນເຊົ້າວັນທີ 11 ມີຖຸນາ 2026 ທ່ານ ນາງ ວຽງທອງ ສີພັນດອນ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມເຮັດວຽກນໍາຄະນະປະຈໍາພັກແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງວ່າການແຂວງ ຫຼວງນໍ້າທາ.
ທ່ານ ພົນໂທ ຄໍາກີ່ງ ຜຸຍຫຼ້າມະນີວົງ ກໍາມະການສຸນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຂອງການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ນາງ ວຽງທອງ ສີພັນດອນ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໃນຄັ້ງນີ້ ດ້ວຍຄວາມອົບອຸ່ນ, ພ້ອມທັງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ 6 ເດຶອນຕົ້ນປີ 2026 ຂອງແຂວງໂດຍຫຍໍ້ໃຫ້ຮັບຊາບ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ ຖະໜົນຫົນທາງ, ການຊຸກຍູ້, ສົ່ງເສີມການຜະລິດພືດສະບຽງອາຫານຂອງປະຊາຊົນ, ການຜະລິດກະສິກໍາເປັນສິນຄ້າ, ຊຸກຍູ້ສົ່ງເສີມການລ້ຽງສັດແບບເປັນຟາມ, ເອົາໃຈໃສ່ຈັດສັນນໍາໃຊ້ ແລະ ພັດທະນາທີ່ດິນ, ຄຸ້ມຄອງ - ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ, ປ່າໄມ້-ຊີວະນາໆພັນແບບຍືນຍົງ, ການຈັດຕັ້ງປະຕິບັດແມ່ນມີຜົນສໍາເລັດຫຼາຍດ້ານ, ສະພາບແນວຄິດຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ, ມີຄວາມເປັນເອກະພາບ ກັບແນວທາງນະໂຍບາຍຂອງພັກ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ເຮັດໃຫ້ແຂວງຫຼວງນໍ້າທາ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ,ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ຖືກທິດໃນລະດັບ 8,8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 12,819.76 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 2,754.12 ໂລດາສະຫະລັດ/ຄົນ/ປີ.
ພາຍຫຼັງຮັບຟັງການລາຍງານ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງແຂວງທີ່ຍາດມາໄດ້ ພ້ອມທັງໃຫ້ທິດຊີ້້ນຳແຂວງສືບຕໍ່ຊຸກຍູ້ຄື: ຄົ້ນຄວ້າແຜນການຄຸ້ມຄອງ, ຕິດຕາມລາຍຮັບເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໃຫ້ໄດ້ຮັບຜົນດີທີ່ສຸດໃຫ້ແກ່ແຂວງກໍຄືປະເທດ; ຄົ້ນຄວ້າສົ່ງເສີມ ແລະ ຊອກວິທີຕໍ່ວຽກງານດ້ານກະສິກຳ ໂດຍສະເພາະແມ່ນເຂົ້າໃຫ້ໄດ້ສົ່ງຂາຍອອກຕ່າງປະເທດ; ຄົ້ນຄວ້າສ້າງແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ-ສັງຄົມ, ຊົນເຜົ່າທີ່ເປັນທ່າແຮງຂອງແຂວງ; ເພີ່ມທະວີສະກັດກັ້ນຜູ້ຄົນບໍ່ຫວັງດີ, ການສໍ້ສາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ; ຊຸກຍູ້ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ແລກປ່ຽນບົດຮຽນດຶງດູດການລົງທຶນກັບເພື່ອນມິດຕ່າງປະເທດ.
ໂອກາດນີ້ ທ່ານ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເຂດທີ່ມີຄວາມສ່ຽງນໍ້າຈະຖ້ວມ ໂຄງການກໍ່ສ້າງ ອ່າງຮັບນໍ້າ (ຕ້ານແລ້ງ-ຕ້ານຖ້ວມ) ຂອງແຂວງ ຢູ່ທີ່ ບ້ານ ໃໝ່ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ, ຢ້ຽມຊົມ ຟາມໄກ່ ຈີງຊິວ ຫຼວງນໍ້າທາ ບ້ານ ນາລື ແລະ ໂຮງງານເກັບຊື້ ແລະ ປຸງເເຕ່ງຢາງພາລາ ຢຸນນານ ຈໍາກັດ, ພ້ອມນັ້ນກໍ່ໄດ້ລົງຕິດຕາມ, ຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເລກທີ 1501 ແຕ່ສາມແຍກ ບ້ານ ໃໝ່ ເມືອງຫຼວງນໍ້າທາ ຫາ ເທດສະບານເມືອງນາແລ ແລະ ຢ້ຽມຢາມ ຕາແສງ ພູລວງ ເມືອງນາແລ.
ທັງນີ້ກໍເພື່ືອສະແດງເຖິງຄວາມເປັນຫ່ວງເປັນໄຍຂອງຂັ້ນເທີງ ກໍຄືຄວາມເປັນຫ່ວງເປັນໄຍຂອງທ່ານເອງ ຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫຼວງນໍ້າທາ ຊືຶ່ງແມ່ນໄລຍະເລີ່ມຕົ້ນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ 10 ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ໂອກາດທີ່ ທ່ານ ນາງ ວຽງທອງ ສີພັນດອນ, ຮອງປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໄດ້ນໍາເອົາ ເຄື່ອງນຸ່ງຫົ່ມ, ເຂົ້າສານ-ອາຫານແຫ້ງ ລວມມູນຄ່າ 150 ລ້ານກີບ ມອບໃຫ້ເມືອງນາແລ ເພື່ອແຈກຢາຍໃຫ້ກັບບັນດາຕາແສງພາຍໃນເມືອງ ນໍາໄປມອບຕໍ່ໃຫ້ກັບຄອບຄົວຜູ້ທີ່ທຸກຍາກຂາດເຂີນພາຍໃນບ້ານຕື່ມອີກ.
ໃນຕອນເຊົ້າວັນທີ 12 ມີຖຸນາ 2026 ໃນໂອກາດທີ່ ທ່ານ ນາງ ວຽງທອງ ສີພັນດອນ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໄດ້ລົງຢ້ຽມຢາມສູນສົ່ງເສີມກັດຖະກຳເຮືອນຫູກມີຖຸນາ ຢູ່ບ້ານວຽງເໜືອ ເມືອງຫຼວງນໍ້າທາ ແລະ ສະຖານທີ່ທ່ອງທ່ຽວຕາດນໍ້າດີ, ການລົງຢ້ຽມຢາມໃນຄັ້ງນີ້ ກໍເພື່ືອເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມພະລິດຕະພັນຂອງເຮືອນຫູກ ໂດຍສະເພາະ ແມ່ນສີໄມ້ລາຍມື ໃນການຜະລິດການຕໍ່າຫູກທໍໄໝ ທີ່ເປັນເອກະລັກຂອງຊົນເຜົ່າແຕ່ດັ່ງເດີມຂອງແຕ່ລະຊົນເຜົ່າ ແລະ ການບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງທ່ຽວຊົມການປັບປຸງສ້ອມແປງສະຖານທີ່ທ່ອງທ່ຽວຕາດນໍ້າດີພາຍຫຼັງຖືກຜົນກະທົບຈາກໄຟທໍາມະຊາດນໍ້າຖ້ວມ ໃນປີ 2024 ເພື່ອໃຫ້ກັບຄືນມາເປີດໃຫ້ບໍລິການເຂົ້າທ່ຽວຊົມຄືນໃໝ່, ການລົງຢ້ຽມຢາມໃນຄັ້ງນີ້ເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍຂອງຂັ້ນເທິງ ກໍຄືຄວາມເປັນຫ່ວງເປັນໄຍຂອງທ່ານຮອງປະທານປະເທດເອງ ຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫຼວງນໍ້າທາ ກໍຄືການພັດທະນາເສດຖະກິດຂອງຄອບຄົວ.
ໃນຕອນບ່າຍຂອງວັນດຽວກັນ ທ່ານ ເລຂາພັກແຂວງ, ທ່ານປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ ໄດ້ຈັດພິທີສົ່ງ ທ່ານ ນາງ ວຽງທອງ ສີພັນດອນ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຢູ່ທີ່ສະໜາມບິນແຂວງຫຼວງນໍ້າທາ ດ້ວຍສາຍການບິນລາວ ກັບຄືນນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ.
.jpeg)

